ການແຕ່ງກອນແບບສະບາຍໆ

ທັມມະທາຣາ ໂພສໂດຍ: ທັມມະທາຣາ
15/01/2008 11:53 PM
ເຂົ້າມາອ່ານ: 2587

 

ກ­ອ່ນ­ອື່ນ­ຕ້ອງ­ຂໍທັກ­ທາຍ­ສະ­ບາຍ­ດີມາ­ຍັງ­ທ່ານ­ຜູ້ອ່ານ­ທຸກ­ທ່ານ ທີ່­ສະ­ລະ­ເວ­ລາເຂົ້າມາ­ອ່ານ ໃນເວ­ທີກາບກອນ­ແຫ່ງ­ນີ້ ລວມ­ທັງ­ນັກ­ຂຽນ ແລະ­ ນັກ­ອ່ານ. ເວ­ທີກາບກອນ­ນັບ­ໄດ້ວ່າເປັນເວ­ທີ­ທີ່ ມີກິດ­ຈະ­ກໍາການ­ຂີດ­ຂຽນ­ຢູ່ເກືອບ­ວ່າ­ບໍ່­ຂາດ­ມື້ ເນື່ອງ­ຈາກ­ວ່າ­ມີ­ຫລາຍ­ຄົນ­ໄດ້­ປະ­ກອບ­ສ­ວ່ນ­ໃນການ ຂີດ­ຂຽນ. ແນວ­ໃດ­ກໍ່ດີ, ເຊື່ອ­ແນ່ວ່າ ໃນ­ຂະ­ນະ­ທີ່ມີ­ຜູ້­ຂຽນ ແນ່ນອນ ສິ່ງ­ທີ່­ຂາດ­ບໍ່­ໄດ້ກໍ່­ຄື­ຜູ້ອ່ານ ເມື່ອເກີດ­ມີ­ຜູ້ອ່ານ­ແລ້ວ ກໍ່ມັກ­ຈະ­ຕາມມາດ­ວ້ຍ ຜູ້­ທີ່­ຢາກ­ຂຽນ.
ມື້ນີ້ ຂ້າພະ­ເຈົ້າ(ຂໍ­ໃຊ້­ສັບ­ພະ­ນາມ­ນີ້) ຄຶດ­ຢາກ­ຈະ­ຂຽນ­ກ່ຽວ­ກັບເຄັດບາງ­ຢ່າງ­ກ່ຽວ­ກັບການ ຂຽນກອນ ເຖິງ­ແມ່ນ­ວ່າ ຕົນເອງ­ບໍ່­ໄດ້ເປັນ­ນັກກະ­ວີ­ຊື່ດັງ­ກໍ່­ຕາມ ແຕ່ກໍພໍມີ­ຄວາມ­ສາມາດ­ຂຽນ­ໄປ ພໍ­ໄດ້ບັນຍາຍ­ຈິນ­ຕະ­ນາການ ກາຍອອກມາເປັນ­ຈິນ­ຕະ­ກະ­ວີ ເພື່ອ­ແລກ­ປ່ຽນ­ກັບ­ທ່ານ­ຜູ້ອ່ານ ແລະ­ ອີກ­ຢ່າງ­ໜຶ່ງ­ກໍ່ເພື່ອ­ຝຶກ­ຝົນ­ຕົນເອງ­ໃນການ­ຂີດ­ຂຽນ­ໃຫ້­ຊໍານານ­ໄປເລື້ອຍໆ­.
ເຄັດ­ລັບ­ກໍ່ມີ­ຢູ່ວ່າ ຜ່ານມາ­ທີ່­ຂຽນ­ລົງ­ໃນ­ອິນ­ລາວ­ນີ້ 90 % ຂອງ­ບົດ­ທີ່­ໄດ້­ຂຽນມາ ແມ່ນ­ແຕ່ງ­ກັບ­ໜ້າ­ຈໍ­ແລ້ວ­ສົ່ງ­ໃນ­ທີ່ນີ້ເລີຍ ຄືບໍ່­ໄດ້­ແຕ່ງເອົາ­ໄວ້­ແລ້ວ ໝາຍ­ຄວາມ­ວ່າ ໝາຍ­ຄວາມ ບົດກອນ ທີ່­ຂ້າພະ­ເຈົ້າຂຽນ­ໄປ­ນັ້ນ ສ­ວ່ນ­ໃຫຍ່ບໍ່­ໄດ້­ຄິດເອົາ­ໄວ້ກ່ອນ ແຕ່ມັນເກີດ­ຂື້ນ­ຈາກ­ແຖວ­ທໍາ­ອິດ ທີ່­ໄດ້­ລົງ­ມື­ຂຽນ ຫລັງ­ຈາກ­ນັ້ນ ການ­ສໍາ­ຜັດ­ໃນ­ບົດ ມັນ­ໄດ້ນໍາພາ­ໄປເອງ ແລະ­ ເນື້ອ­ໃນ­ກໍ່­ໄດ້ດໍາເນີນ ໄປຕອນ­ທີ່ກໍາ­ລັງ­ແຕ່ງ­ນັ້ນເລີຍ. ທ່ານ­ທີ່ບໍ່ເຄີຍ­ແຕ່ງ­ອາດ­ຈະ­ຄິດ­ວ່າຍາກ ແທ້­ທີ່­ຈິງ­ແລ້ວ­ບໍ່ຍາກ ແຕ່ວ່າ ຕ້ອງ­ອາ­ໄສ­ຮູ້­ຈັກ­ໂຄງ­ສ້າງ­ຂອງການ­ແຕ່ງກອນ.

ເຖິງ­ຢ່າງ­ໃດ­ກໍຕາມ, ການ­ແຕ່ງ­ທີ່ດີ­ຈະ­ຕ້ອງ­ມີ­ຫລັກການ­ຄື:


໑. ຄິດ­ຫາ­ຫົວ­ຂໍ້
໒. ການເປີດເລື່ອງ
໓. ເດີນເລື່ອງ
໔. ສະ­ຫລຸບເລື່ອງ (ການ­ລົງ­ທ້າຍ­ບົດກອນ)


ຫລັກການ­ນີ້ ບໍ່­ໄດ້­ແຕກ­ຕ່າງ­ຫຍັງ­ຈາກການ­ແຕ່ງ­ບົດ­ລຽງ­ຄວາມ ຫລື ບົດ­ຫັດ­ແຕ່ງ ພຽງ­ແຕ່ວ່າເຮົາເອົາມາຂຽນເປັນ­ບົດ­ຮ­ອ້ຍກອງ(ບົດກອນ) ສ­ວ່ນ­ບົດ­ຫັດ­ແຕ່ງເປັນ­ບົດ­ຮ້ອຍ­ແກ້ວ(ບົດ­ລຽງ­ຄວາມ) ຕ່າງ­ແຕ່ວ່າ ໃນ­ບົດກອນ ໃນ­ວັກ­ນຶ່ງໆ­ ຫລື ໃນ­ແຕ່­ລະ­ ໔ ແຖວ ຈະ­ທຽບ­ກັບ ຢໍ້­ໜ້າ­ນຶ່ງ. ການ­ຂຽນເປັນກອນ ກັບ­ລຽງ­ຄວາມ ຈະ­ຕ່າງ­ກັນ­ຢູ່ບ່ອນ­ວ່າ ການ­ບັນຍາຍອອກເປັນ­ບົດກອນ ຈະ­ເຮັດ­ໃຫ້­ພາສາ­ນິ້ມນວນ ອ່ອນ­ຊ້ອຍ ແລະ­ ກະ­ທັດ­ຫັດ­ຫລາຍ­ຂື້ນ.

ບົດກອນ­ບົດ­ໜຶ່ງ ມີອົງ­ປະ­ກອບ­ຫລາຍ­ຢ່າງ ຖ້າເປັນ­ບົດກອນ­ແບບເລົ່າເລື່ອງ ກໍ່­ຈະ­ຕ້ອງ­ປະ­ກອບ­ມີ­ຕົວ­ລະ­ຄອນ, ສະ­ຖານ­ທີ່, ບັນ­ຫາຂອງເລື່ອງ­ທີ່­ຈະ­ບັນຍາຍ­ໃນກອນ ຕົວ­ຢ່າງ: ເລື່ອງ: ຍອມ­ຂາຍ­ຕົວ ເປັນ­ຄົນ­ຊົ່ວເພື່ອ­ລູກ… (ຂອງ­ທ່ານ­ຈໍາປາ­ແດງ). ສ­ວ່ນ­ບົດກະ­ວີ­ທີ່ເປັນ­ທັມມະ­ ສ­ວ່ນ­ໃຫຍ່ ຈະ­ເປັນ­ບົດ­ທີ່ບັນຍາຍເນື້ອ­ໃນ­ຂອງເລື່ອງ­ທີ່ມີ­ຄໍາ­ສັບ­ທັມມະ­ເປັນ­ຫລັກ ແລ້ວອະ­ທິບາຍ ເຊັ່ນ:

ຣາຄະ­ເປັນເຫດ­ຮ­ອ້ນ……….ເໝືອນ­ໄຟ­ລຸກ­ລາມເຜົາ
ຮ­ອ້ນ­ຮຸ່ມ­ຮອນ­ຫົວ­ໃຈ………..­ໃຫ້­ທຸກ­ທົນ­ລະ­ທົມເອົ້າ
­ໂທສະ­ຄວາມ­ໃຈ­ຮ້າຍ………..ທໍາລາຍ­ຄົນ­ໃຫ້­ປີ້­ປົ່ນ
­ໃໝ້­ຫົວ­ໃຈຂອງ­ຄົນ ຈົນ­ຮ­ອ້ນ­ຮົນ­ຜູ້ອື່ນ­ພ້ອມ….ພອຍ­ໃຫ້ເພື່ອນ­ທຸກ­ນໍາ


(ພຽງ­ຕົວ­ຢ່າງ ອາດ­ຈະ­ບໍ່­ໄດ້ດີ­ປານ­ໃດ)

ສັງເກດເບິ່ງ­ບົດ­ຂ້າງເທິງ ສ­ວ່ນ­ໃຫຍ່ ບົດກະ­ວີ­ທັມມະ­ ມັກ­ຈະ­ມີການ­ປຽບ­ທຽບ ມັກ­ຈະ­ມີ­ຄວາມ­ໝາຍຍາກ ຈໍາເປັນ­ຈະ­ຕ້ອງ­ໄດ້ອະ­ທິບາຍເພື່ອ­ໃຫ້­ຜູ້ອ່ານເຂົ້າ­ໃຈ­ແຈ່ມ­ແຈ້ງ­ຂື້ນ.

ການ­ຂຽນກອນ­ທີ່ດີ ຄື­ພະ­ຍາຍາມເຊື່ອງ­ຊ­ອ້ນ­ຄວາມ­ຮູ້­ສຶກ­ຂອງ­ຜູ້­ຂຽນເອົາ­ໄວ້ ປ່ອຍ­ໃຫ້ເຫດການ ສະ­ພາບການ­ໃນ­ບົດ­ທີ່ເຮົາ­ນໍາສະ­ເໜີນັ້ນ ບັນຍາຍ­ຕົວ­ມັນເອງ ສ­ວ່ນ­ໃຫຍ່ບົດກອນ­ດັ່ງ­ກ່າວ­ຈະ­ມີ­ລັກ­ສະ­ນະ­ເປັນ­ບົດ ອີງ­ທໍາມະ­ຊາດ ໃຊ້­ທໍາມະ­ຊາດ ເພື່ອອະ­ທິບາຍ­ທໍາມະ­ຊາດ ນັ້ນ­ກໍ່­ຄືບົດ­ທີ່ເປັນ­ທັມມະ­ ແລະ­ ປ­ຣັຊຍາ ທີ່ເນັ້ນ­ໄປ ທາງ­ລັກ­ສະ­ນະ­ປຽບ­ທຽບ­ຫລາຍກ­ວ່າ.


ຂໍຝາກເອົາ­ໄວ້­ສໍາຫລັບ­ຜູ້­ຮຽນ­ແຕ່ງ­ໃໝ່­ຄື:

- ພະ­ຍາຍາມ­ແອບ­ຂຽນ­ໃນ­ສິ່ງ­ທີ່­ຕົນ­ມັກ ເຊັ່ນ : ຄົນ­ສ­ວ່ນ­ໃຫຍ່ມັກ­ມີອາ­ລົມ­ໃນເລື່ອງ­ຄວາມ­ຮັກ ສະ­ນັ້ນ, ລອງ­ຂຽນກອນ­ທໍາ­ອິດ­ທີ່ມີເນື້ອ­ໃນ­ກ່ຽວ­ກັບ­ຄວາມ­ຮັກ.
- ຢ່າ­ລືມ­ຫລັກການ­ແຕ່ງກອນ ແລະ­ ອ່ານເບິ່ງ­ສໍານວນ­ຂອງ­ນັກ­ແຕ່ງ­ອື່ນໆ­
- ລົງ­ມື­ຂຽນ­ໂລດ ບໍ່­ຕ້ອງ­ຢ້ານ­ຜິດ, ຄິດ­ຫາ­ຄໍາ­ທີ່­ສໍາ­ພັດ­ກັນ ແຕ່­ຢ່າ­ລືມ­ຄິດ­ຫາຄວາມ­ໝາຍ­ພ້ອມ.
- ບໍ່­ຕ້ອງ­ຢ້ານ­ແຕ່ງ­ບໍ່ເປັນ ຂຽນ­ໄປເລື້ອຍໆ­ ເນື້ອ­ໃນ­ມັນ­ຈະ­­ໄຫລອອກມາເອງ.

................
ໝາຍເຫດ: ມີ­ຫຍັງ­ຕໍາ­ນິ­ຕິ­ຊົມ­ໄດ້ ແລະ­ ສາມາດ­ຕື່ມ­ໃສ່ບ່ອນ­ທີ່ຍັງ­ຂາດ­ຕົກ­ບົກ­ຜ່ອງ.
..................
ຍັງ­ຈະ­ຂຽນ­ບົດ­ລັກ­ສະ­ນະ­­ແບບ­ນີ້ອີກ

 
ໃຫ້ຄວາມເຫັນ »