ຄວາມເປັນມາຂອງຂັບລໍາ-ເພງລາວ

ໄມ້້້ຈັນ ໂພສໂດຍ: ໄມ້້້ຈັນ
04/02/2011 12:43 AM
ເຂົ້າມາອ່ານ: 1166

 

ຄວາມເປັນມາຂອງ ຂັບ­ລໍາ ຫຼື ເພງ­ລາວ

ຂັບ ຫຼື ລໍາ ຫຼື ເພງເກີດ­ມີ­ໃນ­ສັງ­ຄົມ­ລາວເຮົາມາ­ແຕ່ບູຮານະ­ການ ມັນ­ມີບົດບາດ­ອິດ­ທິ­ພົນ­ສູງ ຕໍ່­ຊີວິດ­ຈິດ­ໃຈ ຂອງ­ບຸກ­ຄົນ ແລະ­ ສັງ­ຄົມ­ຈົນ­ບໍ່­ສາມາດ­ຂາດ­ໄດ້ ເພງ­ມີ­ຫຼາຍ­ປະ­ເພດ ແຕ່­ລະ­ປະ­ເພດ ກໍມີ­ຮູບ­ແບບ ແລະ­­ໄດ້­ຮັບ­ຄວາມ­ນິຍົມ ແຕກ­ຕ່າງ­ກັນ­ໄປ ໂລກ­ນີ້ ຄຶກ­ຄື້ນ­ກໍດ້ວຍ­ສຽງ­ລໍາ ສຽງເພງ ຫາກ­ແມ່ນ­ຂາດ ເສຍ­ແລ້ວ­ຄົງ ຈະ­ງຽບເຫງົາເສົ້າ­ພິ­ລຶກ.

­ໃນການ­ຮ້ອງ­ລໍາ­ທໍາເພງ ແຕ່ເດີມ­ລາວເຮົາ ຄົງ­ຈະ­­ໃຊ້­ແຕ່­ຄໍາ­ວ່າ “ຂັບ” ຫຼື “ຮ້ອງ” ຫຼື “ຂັບ­ຮ້ອງ” ­ແລະ­ຄໍາ­ວ່າ”ຟ້ອນ” ຕໍ່ມາ­ຈຶ່ງ­ປາ­ກົດ­ມີການ­ໃຊ້­ຄໍາ­ວ່າ “ລໍາ” ແລະ­ “ເພງ” ­ໃນ­ພາຍ­ຫຼັງ

ການ­ໃຊ້­ຄໍາ­ວ່າ “ລໍາ” ທີ່ເປັັນ­ຮູບ­ຂຽນ ລ. ລີງ­ຄື­ຊູ່ມື້ນີ້ ພາ­ໃຫ້ເຂົ້າ­ໃຈ­ໄດ້­ສອງ­ທາງ­ຄື:
1. ລໍາ ມາຈາກ­ພາສາຂະ­­ແມ ທີ່ມີ­ຮູບ­ຂຽນ “ຣໍາ” ­ແປ­ວ່າ ຟ້ອນ ການ­ມ່ວນ­ຊື່ນ (ມາຈາພາສາປາ­ລີອີກ­ຕໍ່­ໜຶ່ງ ໃນ­ຄໍາ­ວ່າ “ຣັມ­ນີຍະ­” ອ່ານ­ວ່າ ຣໍາມະ­ນີຍະ­ ແປ­ວ່າ­ສິ່ງ­ທີ່­ໜ້າສະ­ອອນ ພາ­ໃຫ້ມ­ວ່ນ­ຊື່ນ) ເຊັ່ນ: ຄໍາ­ວ່າ “ຣໍາ­ວົງ” ກໍ­ແມ່ນການ­ຟ້ອນເປັນ­ວົງ­ນັ້ນເອງ. ເຕັ້ນ­ລໍາ (ເຕັ້ນ­ຣໍາ) ກໍຄືການ­ໄປ­ຟ້ອນ ດ້ວຍ­ລີ­ລາ­ທ່າທາງ­ຕາມ­ບົດເພງ ແຕ່­ລີ້ນ­ຄົນ­ລາວ­ບໍ່ມັກ­ໂຕ ຣ. ຫັນ­ລີ້ນ ກໍເລີຍເວົ້າອອກ­ສຽງເປັນ­ໂຕ ລ. ລີງ­ວ່າ “ລໍາ” ແທນ.

2. ລໍາ ­ໃນ­ພາສາລາວ ໝາຍເຖິງ­ສິ່ງ­ທີ່ມີ­ລວງຍາວເຊັ່ນ: ລໍາ­ນໍ້າ ລໍາ­ໄມ້ ລໍາ­ອ້ອຍ ລໍາ­ຄີງ ລໍາ­ແຄ່ງ ລໍາຂາ ຫຼື ໝາຍເຖິງ­ສິ່ງ ທີ່­ສາມາດ­ບັນ­ຈຸ ແລະ­ເດີນ­ທາງ­ໄກ­ໄດເຊັ່ນ: ້ ລໍາ­ລົດ ລໍາເຮືອ ລໍາກ­ວຽນ ເປັນ­ຕົ້ນ
ກາບກອນ­ທີ່­ແຕ່ງເປັນ­ພື້ນເປັນ­ນິ­ທານ­ຕ່າງໆ­ ແລະ­­ໃຊ້ເປັນກອນ­ລໍາ­ນັ້ນ­ກໍ(ມີ­ລວງ)ຍາວ ແລະ­ ບັນ­ຈຸເນື້ອ ຫາສາລະ­ມາກມາຍ ເມື່ອ­ແຕ່­ແລ້ວ­ກໍມັກ­ບັນ­ຈຸ­ໄວ້ ເປັນ­ມັດ ເປັນ­ຜູກ ເປັນ­ພວງ ເປັນ­ກ້ອນ ຫຼື ເອົາ­ໄວ້­ໃນ­ບັ້ງ­ໄມ້­ໄຜ່ ດັ່ງ­ນັ້ນ­ຈຶ່ງເອີ້ນ­ວ່າ ”ລໍາ” ເຊັ່ນ: ລໍາ ພື້ນ­ພະ­ເຫວດ ລໍາ­ພື້ນກາລະ­ເກດ ລໍາ­ພື້ນ­ສິນ­ໄຊ ແລະ­­ໃນເມື່ອ­ນໍາກາບກອນອອກມາສະ­­ແດງ­ດ້ວຍການ­ຂັບ­ຂານ­ຈຶ່ງ ເອີ້ນ­ຊື່ວ່າ “ລໍາ”

­ແຕ່ກໍມີ­ຂໍ້­ທີ່­ໜ້າ­ສັງເກດ­ຢ່າງ­ໜຶ່ງ ຄື ຄົນ­ລາວເຮົາທາງ­ພາກເໜືອ­ລົງມາເຖິງ­ລ່ອງ­ນໍ້າ­ງື່ມ ຍັງ­ຄົງເອີ້ນ­ຊື່ການ­ສະ­­ແດງ­ຢ່າງ­ໜຶ່ງ ທີ່ມີມາ ແຕ່ບູຮານ­ຕາມ­ຄໍາເວົ້າ­ດັ້ງເດີມ­ນັ້ນ­ວ່າ ”ຂັບ” ສ່ວນ­ຄົນ­ທາງ­ໃຕ້ນັບ­ແຕ່­ແຂວງ­ຄໍາ­ມ່ວນ­ລົງ­ໄປ­ຊໍ້າ­ພັດ­ປ່ຽນ­ໄປ­ໃຊ້­ຄໍາ­ວ່າ ”ລໍາ” ເອີ້ນ ຊື່ການ­ສະ­­ແດງ­ແບບດຽວ­ກັນ­ນັ້ນ. ໃນການ­ຂັບ­ນັ້ນ­ກໍມີການ­ຟ້ອນ­ນໍາ ອາດເປັນ­ໄປ­ໄດ້ວ່າ­ຄົນ­ທາງ­ໃຕ້ກໍເລີຍ­ໃຊ້­ຄໍາ­ວ່າ “ຟ້ອນ­ຣໍາ” ຫຼື “ຣໍາ­ຟ້ອນ” ­ແທນ­ທີ່­ຈະ­­ໃຊ້­ຄໍາ­ວ່າ “ຂັບ­ຟ້ອນ” ສຸດ­ທ້າຍ­ແລ້ວ “ຣໍາ” (ລໍາ) ກໍເລີຍກາຍ­ຊື່­ຮຽກການເອີ່ຍ­ສຽງ­ຂັບ ຂະ­ນະ­ທີ່­ຟ້ອນ­ຍັງ­ຄົງ ເປັນ­ລີ­ລາ­ທ່າທາງ­ປະ­ກອບການ­ລໍາ (ຂັບ)ຢູ່­ຕາມເດີມ.

ການ­ປ່ຽນ­ຄໍາ ແບບ­ນີ້ ຄືກັນ­ກັບການເອີ້ນ­ຊື່­ສາຍ­ແມ່ນໍ້າ ທີ່­ຄົນ­ພາກເໜືອເອີ້ນ­ວ່າ “ນໍ້າ” ເຊັ່ນ: ນໍ້າກະ­ດິງ ນໍ້າ­ງື່ມ ນໍ້າທາ ນໍ້າ­ອູ ສ່ວນ­ຄົນ­ພາກ­ໃຕ້ນັບ­ແຕ່ນໍ້າ­ແຂວງ­ຄໍາ­ມ່ວນ­ລົງ­ໄປ­ຊໍ້າ­ພັດເອີ້ນ­ສາຍ­ແມ່ນໍ້າ­ວ່າ “ເຊ” ເຊັ່ນ: ເຊ­ບັງ­ໄຟ ເຊ­ບັງ­ຫຽງ ເຊ­ບັງນວນ ກໍລະ­ນີນີ້ ຍ້ອນ­ວ່າ­ຄົນ­ທາງ­ໃຕ້­ໄດ້­ຮັບ­ອິດ­ທິ­ພົນ­ຈາກ­ພາສາຂະ­­ແມ ແລະ­ພາສາຈາມ. ຄໍາ­ວ່າ”ເຊ” ແມ່ນ­ພາສາຈາມ “ບັງ” ແມ່ນ­ພາສາຂະ­­ແມ

ຄໍາ­ວ່າ “ເພງ” ຍັງ­ບໍ່­ຮູ້­ແນ່­ຊັດ­ວ່າມາຈາກ­ພາສາ­ໃດ ສົງ­ໄສ­ວ່າມາຈາກ­ພາສາຂະ­­ແມ ເພາະ­ຮູບ­ຄໍາເດີມ­ຂຽນເປັນ “ເພລງ” ຄືກັບ­ໃນ ພາສາ­ໄທ ແລ້ວ­ອ່ານອອກ­ສຽງ­ຄວບ ແຕ່­ລີ້ນ­ລາວ­ບໍ່ມັກ­ສຽງ­ຄວບ ອີກ­ນັ້ນ­ແຫຼະ­ ຈຶ່ງເຫຼືອ­ພຽງ­ແຕ່ ”ເພງ”. ມີ­ຄໍາ­ໃນ­ກຸ່ມດຽວ­ກັນ­ນີ້­ຄື­ຄໍາ­ວ່າ “ເພີດເພີນ” ທີ່ມີ­ຄວາມ­ໝາຍ­ວ່າ­ມ່ວນ­ຊື່ນ ກໍມີ­ຮູບ­ຂຽນ “ເພ­ລີດເພ­ລີນ” ຄວບ ພລ. ຄືກັນ. ຄໍາ­ທີ່ມີ­ສຽງ­ຄວບ­ແບບ­ນີ້­ໃນ­ພາສາລາວ ສ່ວນມາກ­ແມ່ນມາຈາກ­ພາສາ­ອື່ນ ໂດຍ­ສະ­ເພາະ­­ແມ່ນ­ພາສາມອນ ພາສາຂະ­­ແມ ແລະ­ສັນ­ສະ­ກ­ຣິດ. ອັນ­ໜຶ່ງ­ຄໍາ­ວ່າ ເພງ ເພີດເພີນ ນີ້ກໍມາ­ພ້ອມ ກັບ­ຈໍາພວກ­ຄໍາ­ວ່າ ມະ­­ໂຫລີ ບັນເລງ ບັນເທີງ ລື່ນເລີງ (ຣື່ນເຣີງ)ຊຶ່ງ­ຄໍາເຫຼົ່າ­ນີ້ ລ້ວນ­ແຕ່ເປັນ­ຄໍາມາຈາກ­ພາສາຂະ­­ແມ

ເພງ­ແມ່ນ ວາດ ຫຼື ຈັງ­ຫວະ­ ທໍານອງ ສຽງ­ຂັບ­ລໍາຂອງ­ຄົນ ຫຼື­ສຽງ­ດົນ­ຕີ ຫຼື­ທັງ­ສຽງ­ຄົນ­ແລະ­ສຽງ­ດົນ­ຕີ­ປະ­ກອບ­ກັນເຂົ້າ ພາ­ໃຫ້ເກີດ­ຄວາມ­ຮູ້­ສຶກ ແລະ­ອາ­ລົມ­ສະ­

ເພງ­ຍັງ­ໝາຍເຖິງ­ລາຍ­ຟ້ອນ (ລີ­ລາ­ທ່າທາງ ກະ­ບວນ­ທ່າ­ໃນການ­ຟ້ອນ-ຟ້ອນ­ງ້າວ ຟ້ອນ­ທວນ ຫຼື­ຄວງ­ອາ­ວຸດ­ຕໍ່­ສູ້) ລາຍ­ແຄນ (ຈັງ­ຫວະ­ນໍ້າສຽງ ຂອງ­ແຄນ) ຫຼື ໝາຍເຖິງ­ຮູບ­ແບບ­ຂະ­ບວນການ­ທີ່­ປາ­ກົດອອກ­ໃນ­ດໍາ­ລົງ­ຊີວິດ­ຂອງ­ຄົນເຮົາ. ພວກເຮົາເຄີຍ­ໄດ້ຍິນ­ຢູ່ເລື້ອຍໆ­ຄໍາ­ວ່າ ເຮັດ­ຕາມ­ວາດ ຫຼື ເຮັດ­ຕາມເພງ ຫຼືວ່າ­ປ່ອຍ­ໃຫ້ມັນ ເປັັນ­ໄປຕາມເພງ ເມື່ອ­ມີ­ຜູ້­ໃດ­ຜູ້­ໜຶ່ງເຮັດ­ອັນ­ໃດ­ອັນ­ໜຶ່ງ­ທີ່ບໍ່ເຂົ້າ ທ່າເຂົ້າທາງເຮົາ­ມັກເວົ້າ­ໃຫ້ການກະ­ທໍາ­ແບບ­ນັ້ນ­ວ່າ “ເຮັດ­ຕາມເພງ­ບ້າ”

ຄົນເຮົາ­ໄດ້­ຟັງ ຫຼື ໄດ້ນໍາ­ໃຊ້ບົດເພງ ໃນ­ທຸກ­ໄລຍະ­ຂອງ­ຊີວິດ. ບົດເພງ­ທໍາ­ອິດ­ທີ່­ຄົນເຮົາ­ໄດ້ຍິນ­ກໍຄື “ເພງ­ກ່ອມ­ລູກ” ພໍ່­ແມ່ ຈະ­ຮ້ອງເພງ ຄໍາຄວນ ສູ່­ລູກ­ນ້ອຍ­ຟັງ ໃນເວ­ລາ­ໄກວ­ອູ່­ລູກ ເຊັ່ນ­ວ່າ: ນອນ­ສາຫຼ້າ ຫຼັບ­ຕາ­ແມ່­ຊິກ່ອມ ເຈົ້າ­ບໍ່ນອນ­ແມວ­ໂພງເຈາະ­ຕາ ເຈົ້າ­ບໍ່ນອນ ແມວ­ໂພງເຈາະ­ກົ້ນ ນອນ­ຕື່ນ­ແລ້ວ­ກິນ­ຈູ້ກິນ­ນົມ. ໄລຍະ­ຫຼັງມາ­ນີ້ ມີການ­ວິ­ໄຈທາງ ວິ­ທະ­ຍາ­ອ້າງ­ວ່າ ເດັກ­ນ້ອຍ­ສາມາດ­ຟັງ ເພງ­ຕັ້ງ ແຕ່­ຢູ່­ໃນ­ທ້ອງ­ແມ່ ແລະ­ເມື່ອເກີດມາ­ແລ້ວ­ກໍເປັນ­ຄົນ­ສະ­ຫຼາດ.


­ໃນເວ­ລາເດັກ­ນ້ອຍ­ໄວ­ພວມ­ດື້ ໄຫ້­ແອ່ວ­ບໍ່ເຊົາ ພໍ່­ແມ່ກໍຈະ­ມີ­ຄໍາເວົ້າ­ຂູ່ ແຕ່­ຄໍາ­ຂູ່ກັບເປັນ­ບົດເພງ ເຊັ່ນ­ວ່າ: ຜີເອີຍ ຜີ­ໂພງ ຢູ່ດົງ­ຢູ່­ປ່າ ຢູນອກ­ຢູ່ນາ ຮີບມາ­ໄວໆ­ ມາເອົາເດັກ­ນ້ອຍ­ຂີດື້­ໄປ ມັນ­ໄຫ້ບໍ່ເຊົາ ຫຼື ­ແມວເອີຍ­ແມວ­ມ່າວ ບໍ່­ຕ້ອງ­ກິນເຂົ້າ­ບໍ່­ຕ້ອງ­ກິນ­ປາ ມາ­ກິນ­ຕັບ­ກິນ­ໃຕ ກິນ­ໄສ້ກິນ­ພຸງ ເດັກ­ນ້ອຍ­ຂີ້ດື້ນີນາ... ຫຼືວ່າ ຈໍາເອີຍ­ຈໍາໜວດ ພວກກ­ວາດ­ຂີ້­ໝາ ມາເອົາເດັກ­ນ້ອຍ­ຂີ້ດື້ນີ້ນາ ເອົາ­ໄປ­ຂັງ­ໄວ່­ໃສ່­ຄຸກ­ຂີ້­ໄກ່
ເມື່ອ­ໃຫຍ ່­ພໍ­ແລ່ນ­ຫຼິ້ນກາງ­ບ້ານ­ໄດ້ ຈະ­ຮຽນ­ຮ້ອງເພງ­ດ້ວຍການເວົ້າ ຄໍາ­ໂອ່ນ­ຊາເຊັ່ນ: ໂອ້ນ­ໂລນ­ຊ່າ ອີ­ຕາ ຕົກ ຕຸ່ມ ໄທເມືອງ­ລຸ່ມ ເຂົາ­ໄດ້ກິນ­ແຕງ ໄທເມືອງ­ແຖງ ເຂົາ­ໄດ້­ຄ້ຽວ­ໝາກ ຄ້ຽວ­ໝາກ­ແລ້ວ ລ້ຽງ­ງົວ­ລ້ຽງ­ຄວາຍ ຄວາຍເຂົາເສຍ ອີ່­ແມ່ເຂົາ­ດ່າ ປົບເຂົ້າ­ປ່າ ເຫັນ­ນົກ­ແຈນ­ແວນ ແຈນ­ແວນເອີຍເຫັັນ­ຄວາຍ­ຂ້ອຍ­ບໍ່.....

ເມື່ອ­ໃຫຍ່­ຂຶ້ນມາ ກໍຈະ­ມີບົດເພງ ໃນ­ທຸກໆ­ຕອນ­ຂອງ­ຊີວິດເຊັ່ນ: ສູ່­ຂ­ວັນ­ແຕ່ງງານ ກໍມີ­ໝໍພອນ­ກ່າວ­ຄໍາ­ສູດ­ຂ­ວັນ ເມື່ອ­ຕາຍ ໄປ­ແລ້ວ ກໍຍັງ­ມີບົດເພງ ສົ່ງ­ວິນຍານ ຜູ້­ທີ່ເປ­ປັນ­ຊາວ­ພຸດ ກໍ­ໃຫ້­ຄູບາ­ສູດ ເປັນ­ພາສາ­ທໍາມະ­ ສ່ວນເຜົ່າ­ລື້ ຫຼືເຜົ່າ­ອື່ນໆ­ກໍມີ­ຄໍາ­ສູດ ສະ­ເພາະ­ຂອງ ເຂົາເຈົ້າ ຄໍາ­ສູດ­ຂ­ວັນ­ກໍດິີ ຄໍາ­ສູດ­ສົ່ງ­ວິນຍານ­ກໍດີ ລ້ວນ­ແຕ່­ແມ່ນ­ຮູບ­ໜຶ່ງ­ຂອງ­ບົດເພງ­ນັ້ນເອງ ເພາະ­ມັນ­ຂັບ­ກ່ອມ­ອາ­ລົມ ແລະ­­ໃຫ້­ຄວາມ­ຮູ້­ສຶກ ເຊັ່ນດຽວ­ກັນ.

 
ໃຫ້ຄວາມເຫັນ »